15 ແນວຄິດຂອງຜູ້ປຣະສົບຄວາມສຳເລັດ

"ບຸກຄົນທີ່ປຣະສົບຄວາມສຳເລັດຕ່າງໆ ຂອງໂລກນັ້ນ ລ້ວນແຕ່ມີສິ່ງຫນຶ່ງທີ່ຄຶກັນ-ພວກເຂົາຄິດຕ່າງຈາກຄົນທັ່ວໄປ"

1.ຄິດໃຫ້ເປັນກິດຈະວັດ ການເປັນນັກຄິດທີ່ເກັ່ງຈຳເປັນຕ້ອງມີການຝຶກຝົນເປັນປຣະຈຳ

ແລະ ແຄທີ ຊີອີໂອຂອງ Chick-fil-A ແຟຣນໄຊສ໌ຟາສຕ໌ຟູດຊຶ່ດັງຂອງສຫາຣັດອາເມຣິກາ ຈັດເວລາໃຫ້ຕນເອງເຄິ່ງວັນທຸກໆ 2 ອາທິດ 1 ວັນທຸກໆ ເດືອນ ແລະ 2-3 ວັນທຸກໆ ປີ ເພື່ອ ຄິດ ໄມໄຕ່ຕອງ ແລະວາງແຜນໃນເລື່ອງຕ່າງໆ

2. ໃຊ້ກົດ 80/20 ນັ້ນຄຶ ອຸທິດ 80% ຂອງພະລັງງານທັ້ງຫມົດໃນໂຕທ່ານໃຫ້ກັບ 20% ຂອງກິດຈະກຳທີ່ສຳຄັນທີ່ສຸດ

ຈຳໄວ້ສະເຫມີ ວ່າທ່ານບໍ່ສາມາດຢູ່ໄດ້ທຸກຫົນທຸກແຫ່ງ ຮູ້ຈັກຄົນທຸກຄົນ ເຮັດຫຍັງໄດ້ທູກສິ່ງ ຫລີກລ້ຽງການເຮັດຫລາຍກິດຈະກຳພ້ອມກັນຫາກມັນເຮັດໃຫ້ປຣະສິດຕິພາບໃນການເຮັດວຽກຂອງທ່ານລດລົງ

3. ເປີດກວ່າງຕົນເອງແດ່ຄວາມເຫັນທີ່ແຕກຕ່າງ ແລະເປີດໃຈແດ່ຜູ້ຄົນຫຼາກຫລາຍປຣະເພດ

4. ໄອເດຍເປັນສິ່ງສຳຄັນ ແຕ່ການຕໍ່ຍອດໄອເດຍນັ້ນກໍ່ສຳຄັນເຊັ່ນດຽວກັນ

ເຕຶອນໂຕເອງໄວ້ສະເຫມີວ່າໄອເດຍນັ້ນມີສານກັນບູດ ຈົ່ງຟ້າວເຮັດຫຍັງກັບໄອເດຍດີໆ ທີ່ເຮົາຄິດຂຶ້ນມາໄດ້ກ່ອນທີ່ມັນຈະຫມົດອາຍຸໄປສາກ່ອນ

5. ຄວາມຄິດທີ່ດີນັ້ນໃຊ້ເວລາການສ້າງ

ຢ່າຟ້າວລົງຫລັກປັກຖານກັບເທຶ່ອທຳອິດທີ່ເຂົ້າມາໃນຫົວຂອງທ່ານ ຄວາມຄິດທີ່ລີມັກຈະຕ້ອງມີການປັບແຕ່ງ ໃຫ້ມີຮູບຫ່າງແລະຜ່ານກະບວນການທົດສອບມາແລ້ວ

6. ຄົນສະຫຼາດຮັກຈະມັກເຮັດວຽກ ຮ່ວມກັບຄົນສະຫຼາດ

ການຄິດຮ່ວມກັນມັກໃຫ້ຜົນຕອບແທນທີ່ດີກ່ວາຄ້າຍກັບເປັນທາງລັດໃຫ້ກັນແລະກັນ ການລະດົມຄວາມຄິດຈຶ່ງເປັນວິທີ່ການທີ່ເພີ່ມປຣະສິດຕິພາບແລະຄວາມໄວໃຫ້ກັບງານຕ່າງໆ

7. ຄວາມຄິດກຣະແສນິຍົມອາດບໍ່ແມ່ນຄວາມຄິດທີ່ດີສະເຫມີໄປ

ຢ່າພຽງເຮັດຕາມຜູ້ອຶ່ນເພຣາະຄິດວ່າເປັນສິ່ງທີ່ໃຜໆ ໄດ້ໄຕ່ຕອງມາແລ້ວຈຶ່ງຫຍ່ອມຈະດີສະເຫມີ ຜູ້ທີ່ປຣະສົບຄວາມສຳເລັດ ຫລາຍກວ່າ ກວ່າໃຜໆນັ້ນມັກຄິດຫຍັງດ້ວຍຕົນເອງ ເຂົາຈຶ່ງໂດດເດັ່ນຈາກຝູງຊົນ

8. ວ່າງແຜນຫຼຶກົນລະຍຸດຕັ້ງແຕ່ເຄົ້າ ເພື່ອລົດຄວາມຜິດພາດ

ໃຫ້ແຕກປຣະເດັນໃຫຍ່ສ່ວນຍ່ອຍໆ ເພື່ອແຍກແຍະປັນຫາທີ່ເກີດຂຶ້ນ ຈາກນັ້ນຢ່າລຶມຕວດສອບຊັບພະຍາກອນແລະເຄຣຶ່ອງມຶຕ່າງໆ ທີ່ທ່ານມີຈັດວາງມັນໃຫ້ເຫມາະສົມໃນການແກ້ປັນຫາ

9. ຫາເວລາຄິດເຮັດໃນສິ່ງທີ່ແຕກຕ່າງຢູ່ສະເຫມີ

ລອງເຮັດເບິ່ງໃນກິດຈະວັດປຣະຈຳວັນທີ່ທ່ານຍັງບໍ່ເຄຍເຮັດມາກ່ອນເພຶ່ອຫາປຣະສົບການໃຫມ່ໆ ໃນຊີວິດແລະຫາມຸມມອງກັບໄອເດຍຄວາມຄິດທີ່ສົດໃຫມ່

10. ຄວາມຄິດທ່ານບໍ່ມີທາງທີ່ຈະຖຶກຕ້ອງສະເຫມີໄປ

ໃຫ້ໂອກາດກັບຄວາມຂອງຜູ້ອຶ່ນແດ່

11. ມີກຳຫນົດການຢູ່ສະເຫມີ ຢ່າວາງແຜນພຽງວັນຕໍ່ວັນ

ຄວນວາງແຜນລ່ວງຫນ້າລະຍະຍາວໃຫ້ເປັນນິໃສ ຄິດກ່ອນວ່າຈະຮຽນຮູ້ເລຶ່ອງຫຍັງ ຈາກໃຜ ຄົນສະຫຼາດຈະບໍ່ເຂົ້າສູ່ການປຣະຊຸມງານສັງສັນ ຫຼຶການຈິບກາເຟຣ ຢ່າງໄຣ່ຈຸດຫມາຍ (ໃຊ້ເວລາສ້າງສັນງານອຶ່ນໆ ດີກວ່າເສຍເວລາປຣະຊຸມຫຍັງທີ່ບໍ່ມີຜົນຜະລິດທີ່ມີຄ່າພໍ)

12. ຝຶກຝົນການສະທ້ອນ (Reflective Thinking) ຫຼຶການຄິດຫລາຍແງ່ມຸມ

ນີ້ເປັນການຄິດເປັນຣະບົບເຫດຜົນຢ່າງເປັນວິທະຍາສາດ ການຄິດທີ່ມາຈາກການໄຕ່ຕອງແລ້ວ ຈະເຮັດໃຫ້ທ່ານມີຄວາມຫມັ້ນໃຈໃນການຕັດສິນໃຈ

13. ຫລີກລ້ຽງການເວົ້າແງ່ລົບກັບຕົນເອງ ຈົ່ງຄິດວ່າທ່ານສາມດເຮັດໄດ້ແລະທ່ານຈະເຮັດ

ຄົນສະຫຼາດຈະບໍ່ເຫັນຂໍ້ຈຳກັດຕ່າງໆ ແຕ່ໃນທາງກັບກັນເຂົາຈະເຫັນໂອກາດທີ່ຖຶກຫຍິບຢຶມມາ

14. ມີຄວາມຄິດສ້າງສັນ

ອຸທິດເວລາໃຫ້ກັບການຄົ້ນຫາໄອເດຍໃຫມ່ໆ ຢ່າໄປຢ້ານຄວາມຄຣຸມເຄຣຶອ ແລະຄວາມລົ້ມເຫຼວໃນເລຶ່ອງຕ່າງໆ

15. ຢ່າເບິ່ງໂລກໃນແງ່ບວກໄປເສຍທຸກເລຶ່ອງ

ຕ້ອງຄິດໃຫ້ສົມເຫດສົມຜົນ ແລະຍອມຮັບຄວາມເປັນຈຣິງ ຄິດວິເຄາະທັ້ງໃນແງ່ບວກແລະແງ່ລົບ ຈຳລອງສະຖານະການເລວຮ້າຍທີ່ສຸດທີ່ສາມາດເກີດຂຶ່ນໄດ້ ແລະບໍ່ລຶມທີ່ຈະວາງແຜນບ່ອນພຶ້ນຖານຂອງຊັບພະຍາກອນທີ່ຕົນເອງມີຢູ່

ความคิดเห็น

โพสต์ยอดนิยมจากบล็อกนี้

GDI ຄຶຫຍັງ ?... ເປັນທຸລະກິດ ອອນໄລນ໌ ທີ່ເຮັດໄດ້ທັ່ວໂລກ

อยากรู้แนวคิดสำหรับ คนรวย เขาคิดอย่างไร ..?